Skip to main content

ວິທີການເຮັດວຽກຂອງ Outline

ການຕິດຕັ້ງເຊີບເວີ​

​ເຖິງແມ່ນວ່າການຕິດຕັ້ງ Outline ອາດເບິ່ງຄືງ່າຍ, ແຕ່ຄວາມຈິງແລ້ວມີຂັ້ນຕອນທີ່ຊັບຊ້ອນເກີດຂຶ້ນຢູ່ເບື້ອງຫຼັງຫຼາຍຢ່າງໃນການຕິດຕັ້ງເຊີບເວີຂອງທ່ານ. ເມື່ອໃດກໍຕາມທີ່ມີການຕິດຕັ້ງ Outline, ສະຄຣິບການຕິດຕັ້ງຈະເອີ້ນໃຊ້ຂັ້ນຕອນຕໍ່ໄປນີ້:

  • ລະບົບຈະດຶງຂໍ້ມູນ ແລະ ນຳເຂົ້າຮູບ Shadowbox ເວີຊັນສະຖຽນໂດຍໃຊ້ Docker. ລະບົບຈະຝາກຮູບດັ່ງກ່າວໄວ້ຢູ່ Quay.io, ໃນ https://quay.io/repository/outline/shadowbox?tab=tags. ຮູບນີ້ຈະປະກອບດ້ວຍເຊີບເວີ Outline ແລະ API ການຈັດການເຊິ່ງແອັບພລິເຄຊັນການຈັດການເຊີບເວີ Outline ຈະນຳໄປໃຊ້ໃນພາຍຫຼັງເພື່ອສ້າງ ແລະ ລຶບກະແຈການເຂົ້າເຖິງອອກ, ເລືອກໃຊ້/ບໍ່ໃຊ້ການລາຍງານການວັດແທກທີ່ບໍ່ລະບຸຕົວຕົນ ແລະ ອື່ນໆ.
  • Watchtower ຈະໄດ້ຮັບການຕິດຕັ້ງ ແລະ ຕັ້ງຄ່າເພື່ອກວດສອບການອັບເດດຮູບທຸກໆຊົ່ວໂມງເພື່ອໃຫ້ໝັ້ນໃຈໄດ້ວ່າເຊີບເວີ Outline ທຸກເຄື່ອງຈະໄດ້ຮັບການອັບເດດຄຸນສົມບັດ ແລະ ການປັບປຸງການຮັກສາຄວາມປອດໄພເວີຊັນຫຼ້າສຸດຢູ່ສະເໝີ.
  • ເວັບເຊີບເວີທີ່ໃຊ້ເຂົ້າເຖິງ API ການຈັດການຈະເລີ່ມຕົ້ນເຮັດວຽກໃນຜອດແບບສຸ່ມໃນເສັ້ນທາງລັບ ແລະ ສຸ່ມ.
  • ລະບົບຈະສ້າງ ໃບຮັບຮອງ SSL ແບບເຊັນດ້ວຍຕົນເອງ ຂຶ້ນເພື່ອໃຫ້ສາມາດເຂົ້າລະຫັດການຈັດການເຊີບເວີ Outline ໄດ້ໂດຍໃຊ້ TLS ເຖິງແມ່ນວ່າຈະບໍ່ມີຊື່ໂດເມນກໍຕາມ. ນອກຈາກນີ້, ລະບົບຍັງຈະສ້າງລາຍນິ້ວມືທີ່ບໍ່ຊ້ຳກັນຂອງໃບຮັບຮອງນີ້ ແລະ ຈັດເກັບໄວ້ໃນແອັບພລິເຄຊັນ Outline Manager, ເຊິ່ງຊ່ວຍປ້ອງກັນຈາກການໂຈມຕີແບບ MITM.

ເມື່ອຕິດຕັ້ງ Outline ແລ້ວບໍ່ຈຳເປັນຕ້ອງຕັ້ງຄ່າໃດໆຫຼັງຈາກການຕິດຕັ້ງ.

ຄວາມປອດໄພຂອງເຊີບເວີ​

ຊອບແວ Outline ເປັນຊອບແວໂອເພນຊອດ, ເຊິ່ງໝາຍຄວາມວ່າທຸກຄົນສາມາດເຫັນ ແລະ ປັບປຸງໂຄດໄດ້ຫາກພົບຊ່ອງຫວ່າງໃດໆ. ເຊິ່ງພວກເຮົາຝາກໂຄດໄວ້ຢູ່ GitHub.

ນອກຈາກນີ້, ເຊີບເວີ Outline ທີ່ຕິດຕັ້ງທັງໝົດຈະໄດ້ຮັບການອັບເດດໂດຍອັດຕະໂນມັດທຸກເທື່ອທີ່ມີການເປີດໂຕເວີຊັນໃໝ່ເພື່ອໃຫ້ໝັ້ນໃຈໄດ້ວ່າຈະບໍ່ມີເຊີບເວີ Outline ໃດໃຊ້ຊອບແວເວີຊັນເກົ່າ.

ແອັບພລິເຄຊັນ Outline Manager ຈະໂຕ້ຕອບກັບບໍລິການການຈັດການໃນເຊີບເວີ Outline ເພື່ອຈັດການກະແຈການເຂົ້າເຖິງໃນເຊີບເວີດັ່ງກ່າວ. ໂດຍບໍລິການການຈັດການຈະເຮັດວຽກໃນຜອດແບບສຸ່ມ ຮວມທັງໃນເສັ້ນທາງລັບ ແລະ ບໍ່ຊ້ຳກັນ. ບໍລິການການຈັດການແມ່ນມີຄວາມຕ້ານທານຕໍ່ການເຈາະຂໍ້ມູນ ເນື່ອງຈາກມັນບໍ່ຕອບສະໜອງຕໍ່ການສອບຖາມເວັ້ນເສຍແຕ່ໄດ້ກໍານົດເສັ້ນທາງລັບທີ່ເໝາະສົມໄວ້ແລ້ວ. ສຸດທ້າຍ, ການສື່ສານທັງໝົດກັບບໍລິການການຈັດການຈະໄດ້ຖືກເຂົ້າລະຫັດດ້ວຍ ໃບຮັບຮອງ SSL ແບບເຊັນດ້ວຍຕົນເອງ.

ນອກຈາກນີ້, ເຊີບເວີ Outline ຈະບໍ່ຈັດເກັບບັນທຶກໃດໆ, ດັ່ງນັ້ນເຖິງແມ່ນວ່າຈະຖືກຮຸກຮານແຕ່ກໍຈະບໍ່ມີການເປີດເຜີຍຂໍ້ມູນຜູ້ໃຊ້. ສຶກສາເພີ່ມເຕີມໄດ້ ບ່ອນນີ້. Outline ໄດ້ຮັບການກວດສອບໂດຍ Radically Open Security ແລະ Cure53 ໃນປີ 2018. ເບິ່ງລາຍງານໄດ້ ບ່ອນນີ້.

ການຈັດການການຮັບສົ່ງຂໍ້ມູນ UDP​

Outline ສາມາດນຳໃຊ້ໄດ້ໃນຮູບແບບ VPN ທົ່ວທັງລະບົບ, ເຊິ່ງໝາຍຄວາມວ່າການຮັບສົ່ງຂໍ້ມູນ UDP ທັງໝົດຈະສົ່ງຜ່ານເຊີບເວີ Outline.

ການຮັບສົ່ງຂໍ້ມູນ DNS​

Outline ຈະດຳເນີນການຊອກຫາ DNS ທັງໝົດຜ່ານເຊີບເວີ Outline ແລະ ປົກປ້ອງການຊອກຫາເຫຼົ່ານັ້ນໂດຍໃຊ້ການເຂົ້າລະຫັດແບບດຽວກັນກັບທີ່ໃຊ້ໃນການເຄື່ອນໄຫວເຄືອຂ່າຍອື່ນໆທັງໝົດ. ລະບົບຈະສົ່ງຄຳຊອກຫາ DNS ຂອງທ່ານໄປຫາ Dyn Internet Guide, OpenDNS, Cloudflare DNS ຫຼື Quad9 DNS ໂດຍຜ່ານເຊີບເວີ Outline. Outline ຈະບໍ່ບັນທຶກການຊອກຫາ DNS ຂອງທ່ານ.